- ຖ້າ Sim Card ເສຍ ຫລື ເປ່ເພ ຕ້ອງເຮັດແນວໃດ ?
- ຖ້າຂູດ PIN Number ເລກ ຫຼຸດບໍ່ເຫັນ MP, WP, WF, Int ຕ້ອງເຮັດແນວໃດ ?
- ຢາກໃຊ້ເບີທີ່ເປັນ 3G ຕ້ອງເຮັດແນວໃດ ?
- ຢາກໃຊ້ Internet ໃນມືຖື ຕ້ອງເຮັດແນວໃດ ?
- ໃນເບີມືຖື M Phone, We fly, GSM Platinum, Lao GSM ບໍລິການ 3G ໄດ້ ຫລື ບໍ່ ?
- ປະຈຸບັນໃຊ້ບໍລິການ 3G ຢູ່ໃສແດ່ ?
- Sim Card Lock PUK ເຮັດແນວໃດ ?
- ໂທລະສັບຂອງທ່ານໃຊ້ສັນຍານ 3G ແຕ່ທ່ານຢູ່ເຂດທີ່ໃຊ້ສັນຍານ 2G ທ່ານຈະເຮັດແນວໃດ ?
- ຕ້ອງການໂທໄປຕ່າງປະເທດ ທ່ານຈະໂທແນວໃດ ?
- ຕ້ອງການເປີດນຳໃຊ້ IR (International Rooming) ທ່ານຈະເຮັດແນວໃດ ?
- ຕ້ອງການເປີດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
- ຕ້ອງການປິດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
- ວິທີດາວໂຫລດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
- ເບີສູນບໍລິການຂໍ້ຄວາມ ແມ່ນເບີໃດ ?
- ວິທີໂອນເງີນ ຕ້ອງເຮັດແນວໃດ ?
ຖ້າ Sim Card ເສຍ ຫລື ເປ່ເພ ແມ່ນມີລາຍລະອຽດຄື :
ສຳລັບລູກຄ້າ Pre Paid ( M-Phone, We-fly, GSM Platinum ) ທ່ານສາມາດຊື້ Sim Card ໃຫມ່ທີໃຊ້ເບີເກົ່າໄດ້ທີ່ ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ ໂດຍມີເອກະສານທີ່ທ່ານຕ້ອງເອົາມາພ້ອມກໍ່ຄື: ບັດປະຈຳຕົວ ຫລື ສຳມະໂນຄົວ.
ສຳລັບ ລູກຄ້າ Post Paid ( Lao GSM ) ທ່ານສາມາດຊື້ Sim Card ໃຫມ່ທີໃຊ້ເບີເກົ່າໄດ້ທີ່ ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ ໂດຍມີເອກະສານທີ່ທ່ານຕ້ອງເອົາມາພ້ອມກໍ່ຄື: ບັດປະຈຳຕົວ ຫລື ສຳມະໂນຄົວທີອອກຊື່ຂອງທ່ານ ແລະ ຕ້ອງຊຳລະຄ່າໂທພາຍໃນເດືອນໃຫ້ຫນົດເສຍກ່ອນ.
ຖ້າຂູດ PIN Number ເລກ ຫລຸດບໍ່ເຫັນ ( ເລກລະຫັດບັດເຕີມເງີນ ) ມີລາຍລະອຽດຄື :
ໃຫ້ ທ່ານນຳເອົາບັດ ( ບັດຕ້ອງໃຫ້ຢູ່ໃນສະພາບດີ ບໍ່ຈີກຂາດ ຫລື ຫຍໍ້ ) ເຂົ້າມາທີ່ ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ ໃຫ້ພະນັກງານກວດເບິ່ງກ່ອນ ວ່າຍັງບໍ່ທັນໄດ້ເຕີມໃສ່ເບີໃດເທື່ອ ແລ້ວເພີ່ນຈະປ່ຽນບັດເຕີ່ມມູນຄ່າໃຫມ່ໃຫ້ທ່ານ.
3. ຢາກໃຊ້ເບີທີ່ເປັນ 3G ຕ້ອງເຮັດແນວໃດ ?
ຖ້າທ່ານຕ້ອງການໃຊ້ເບີທີ່ເປັນ 3G ມີລາຍລະອຽດຄື :
ກໍລະນີ: ທ່ານເປັນລູກຄ້າທີ່ໃຊ້ເບີ M- Phone , We- fly, GSM Platinum , Lao GSM ຕ້ອງການໃຊ້ເປັນ 3G ພຽງແຕ່ທ່ານມາປ່ຽນ Sim ໃຫມ່ ເປັນ Sim 3G ໂດຍໃຊ້ເບີເກົ່າໄດ້ ທີ່ ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ.
+ ສຳລັບເບີ M- Phone , We- fly, GSM Platinum ຕ້ອງມີບັດປະຈຳຕົວ ຫລື ສຳມະໂນຄົວ. + ສຳລັບເບີ Lao GSM ຕ້ອງມີບັດປະຈຳຕົວ ຫລື ສຳມະໂນຄົວ ທີເປັນເຈົ້າຂອງເບີ ແລະ ຕ້ອງຊຳລະຄ່າໂທພາຍໃນເດືອນໃຫ້ຫນົດເສຍກ່ອນ.
4. ຢາກໃຊ້ Internet ໃນມືຖື ຕ້ອງເຮັດແນວໃດ ?
ຖ້າທ່ານຕ້ອງການໃຊ້ Internet ໃນມືຖື ມີລາຍລະອຽດຄື :
ທ່ານ ຕ້ອງເຂົ້າມາພົວພັນເປີດນຳໃຊ້ Internet ຢູ່ເບີຂອງທ່ານກ່ອນ ເພື່ອນຳໃຊ້ຫລິ້ນ Internet ໃນມືຖື ທີ່ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາ ທົ່ວປະເທດ.
ເບີມືຖື M Phone, We fly, GSM Platinum, Lao GSM ບໍລິການ 3G ໄດ້ ເພາະ 3G ເປັນ ບໍລິການເສີມ.
ປະຈຸບັນນຳໃຊ້ 3G ໄດ້ຢູ່ 3 ແຂວງໃຫຍ່ຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ຈຳປາສັກ.
7. Sim Card Lock PUK ເຮັດແນວໃດ ?
ຖ້າເບີຂອງທ່ານ Lock PUK ທ່ານສາມາດເອົາມາແກ້ລ໋ອກຢູ່ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ,
ຫມາຍເຫດ: ໃຫ້ທ່ານເອົາ Sim Card Lock PUK ກວດສອບຢູ່ຫນ່ວຍໂທລະສັບລຸ້ນທຳມະດາຂອງ Nokia ເຊັ່ນ : 3310, 8250,… ຖ້າຍັງລ໋ອກ PUK ແມ່ນໃຫ້ເອົາເຂົ້າມາສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາ ທົ່ວປະເທດ,ແຕ່ຖ້າ Sim Card ປະຕິເສດ ແມ່ນ Sim ເພ, ທ່ານຕ້ອງໄດ້ຊື້ Sim ໃຫມ່ເບີເກົ່າທີ່ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ.
8. ໂທລະສັບຂອງທ່ານໃຊ້ສັນຍານ 3G ແຕ່ທ່ານຢູ່ເຂດທີ່ໃຊ້ສັນຍານ 2G ທ່ານຈະເຮັດແນວໃດ ?
ຖ້າໂທລະສັບຂອງທ່ານໃຊ້ສັນຍານ 3G ແຕ່ທ່ານຢູ່ເຂດທີ່ໃຊ້ສັນຍານ 2G ມີລາຍລະອຽດຄື :
- ປົກກະຕິໃຊ້ 3G ທ່ານຈະເລືອກ UMTS / 3G GSM ແຕ່ທ່ານຢູ່ເຂດທີ່ໃຊ້ສັນຍານ 2G ໃຫ້ປ່ຽນມາເປັນ GSM 900 – 1800 / Lao Telelcom.
9. ຕ້ອງການໂທໄປຕ່າງປະເທດ ທ່ານຈະໂທແນວໃດ ?
ຖ້າທ່ານຕ້ອງການໂທໄປຕ່າງປະເທດ ມີລາຍລະອຽດຄື :
- ກົດ 00 ຕາມດ້ວຍເບີປາຍທາງ.
- ກົດ ເຄື່ອງຫມາຍ + ຕາມດ້ວຍເບີປາຍທາງ.
- ກົດ 133 ຕາມດ້ວຍເບີປາຍທາງ.
- ອັດຕາຄ່າໂທແມ່ນເທົ່າກັນ.
ຖ້າທ່ານຕ້ອງການ ເປີດນຳໃຊ້ IR ( International Rooming ) ມີລາຍລະອຽດຄື:
ທ່ານຕ້ອງເຂົ້າມາພົວພັນເປີດນຳໃຊ້ IR ຢູ່ເບີຂອງທ່ານກ່ອນ ທີ່ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາ ທົ່ວປະເທດ.
+ ສຳລັບເບີ M- Phone , We- fly, GSM Platinum ຕ້ອງມີບັດປະຈຳຕົວ ຫລື ສຳມະໂນຄົວ.
+ ສຳລັບເບີ Lao GSM ຕ້ອງມີບັດປະຈຳຕົວ ຫລື ສຳມະໂນຄົວ ທີເປັນເຈົ້າຂອງເບີ ແລະ ຕ້ອງຊຳລະຄ່າໂທພາຍໃນເດືອນໃຫ້ຫນົດເສຍກ່ອນ.
11. ຕ້ອງການເປີດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
ຖ້າທ່ານຕ້ອງການເປີດ ສຽງເພັງ ລໍສາຍມີລາຍລະອຽດຄື :
ໃຫ້ທ່ານເຂົ້າໄປພີມຂໍ້ຄວາມຄຳວ່າ : ຕົວອັກສອນ R ຫລື r , ແລ້ວສົ່ງໄປນ້ຳເບີ 1155, ຫລັງຈາກນັ້ນຈະມີຂໍ້ຄວາມສົ່ງມາຫາທ່ານ 1 ຂໍ້ຄວາມ.
12. ຕ້ອງການປິດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
ຖ້າທ່ານຕ້ອງການປີດ ສຽງເພັງ ລໍສາຍມີລາຍລະອຽດຄື :
ໃຫ້ທ່ານພີມຂໍ້ຄວາມຕົວອັກສອນ dereg ແລ້ວສົ່ງໄປນ້ຳເບີ 1155, ຫລັງຈາກນັ້ນຈະມີຂໍ້ຄວາມສົ່ງມາຫາທ່ານ 1 ຂໍ້ຄວາມ.
13. ວິທີດາວໂຫລດ ສຽງເພັງ ລໍສາຍ ຕ້ອງເຮັດແນວໃດ ?
ຖ້າທ່ານຕ້ອງການ ດາວໂຫລດ ສຽງເພັງ ລໍສາຍ ມີລາຍລະອຽດຄື :
ໃຫ້ທ່ານເຂົ້າໄປພີມຂໍ້ຄວາມຕົວອັກສອນໂອ O ຫລື o ຕາມດ້ວຍລະຫັດເພັງ ແລ້ວສົ່ງໄປນ້ຳເບີ 1155, ຫລັງຈາກນັ້ນຈະມີຂໍ້ຄວາມສົ່ງມາຫາທ່ານ 1 ຂໍ້ຄວາມ.
14. ເບີສູນບໍລິການຂໍ້ຄວາມ ແມ່ນເບີໃດ ?
ເບີສູນບໍລິການຂໍ້ຄວາມແມ່ນ : +8562055003.
ຖ້າທ່ານຕ້ອງການໂອນເງີນ ແມ່ນມີລາຍລະອຽດຄື :
- ກົດ 121 ໂທອອກ ແລ້ວກົດ 6 ລະບົບຈະແນະນຳທ່ານ ໃສລະຫັດສ່ວນຕົວ 4 ຕົວເລກຕາມດ້ວຍເຄື່ອງຫມາຍ # , ໃສ່ຈຳນວນເງີນທີ່ທ່ານຕ້ອງການໂອນເງີນໄປໃຫ້ ຕາມດ້ວຍເຄື່ອງຫມາຍ # , ໃສ່ເບີທີ່ທ່ານຕ້ອງການໂອນເງີນໄປໃຫ້ ຕາມດ້ວຍເຄື່ອງຫມາຍ # , ແລ້ວກົດ 1 ເພື່ອຢືນຢັນ, ກົດປຸບອື່ນໆເພື່ອຍົກເລິກ.
ຫມາຍເຫດ: ເບີທີ່ທ່ານຕ້ອງການໂອນແມ່ນໃຫ້ໃສ່ 020 5XX XXXX.
ไม่มีความคิดเห็น:
แสดงความคิดเห็น